|
| ກອງປະຊຸມກະສິກຳ ແລະ ປ່າໄມ້ ປະຈຳປີ 2006 |
www.gms-ain.org
Greater Mekong Subregion
>> Author :
>> From :
|
| ກອງປະຊຸມກະສິກຳ ແລະ ປ່າໄມ້ ປະຈຳປີ 2006 ນີ້ ແມ່ນຈັດຂຶ້ນທ່າມກາງບັນຍາກາດກ້າວເຂົ້າ ສູ່ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກ ແລະ ແຜນພັດພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VI (2006-2010) ກໍຄືການຕັ້ງປະຕິບັດ 11 ແຜນງານ 111 ໂຄງການຂອງລັດຖະບານໃຫ້ເປັນອັນລະອຽດໂດຍຮີບຮ້ອນດັດປັບແຜນການ ແລະ ໂຄງການ ຂອງຕົນເຊື່ອມໂຍງເຂົ້າບັນດາແຜນງານ ແລະ ໂຄງການດັ່ງກ່າວ. ໃນນີ້ສຳລັບຂະແຫນງການກະ ສິກຳ ແລະ ປ່າໄມ້ ແມ່ນມີຄວາມຮັບຜິດຊອບໂດຍກົງຕໍ່ 3 ແຜນງານ (ແຜນງານ 2, 3 ແລະ 6) ແລະ 20 ໂຄງການ. ນອກນີ້, ຍັງໄດ້ປະກອບສ່ວນບັນດາແຜນງານອື່ນໆ ເຮັດໃຫ້ການ ເຊື່ອມໂຍງແຜນການຂອງທົ່ວຂະແຫນງການກະສິກຳ ແລະ ປ່າໄມ້ໄດ້ປະຕິບັດໂດຍໄວ ແລະ ຖືກ ຕ້ອງ, ຊື່ງມີຄວາມຈຳເປັນຕ້ອງໄດ້ກວດຄືນວຽກ ແລະ ໂຄງການຈຸດສຸມຂອງກົມ, ກອງ, ສະຖາ ບັນ ແລະ ພະແນກການຢູ່ແຂວງ ແລະ ຈັດສັນ, ຊັບຊ້ອນຄືນໃຫມ່ ໃຫ້ເຂົ້າໃນກອບຂອງແຜນ ງານ ແລະ ໂຄງການໃຫ້ເປັນເຄື່ອງຫມາຍວັດແທກຄວາມຄືບຫນ້າຂອງແຕ່ລະວຽກຈຸດສຸມ ແລະ ສ່ອງແສງເຖິງຜົນປະກອບສ່ວນຂອງທົ່ວຂະແຫນງການ ຕໍ່ຄາດຫມາຍສູ້ຊົນມະຫາພາກທີ່ໄດ້ກຳນົດ ໄວ້ໃຫ້ປະກົດຜົນເປັນຈິງ.
|
| ຂໍສະຫງວນລິຂະສິດ © 2007 GMS - AIN.ORG , ສະຫນັບສະຫນຸນໂດຍ ທະນາຄານພັດທະນາອາຊີ (ADB) |
|
|